23/07/2022
📍 #ຜ່ານມາມີແຕ່ຂາຍ #ມື້ນີ້ເຮົາມາເປັນຜູ້ຊື້ຈັກຕອນໃວ້ຊົມວິວພູເຂົາຄວາຍກ່ອນ😍
📍ດີນໂຄງການໂນນແຕ້ຢູ່ຫ່າງຈາກທາງຢາງພຽງ200 ແມັດ ມີໄຟຟ້າ ນ້ຳປະປາຄົບ, ໃກ້ໂຮງຮຽນ ໂຮງຫມໍ,ໃກ້ຕະຫລາດ ແລະທີ່ສຳຄັນໃກ້ກະຊວງຕັ້ງໄຫມ່ພຽງ5ນາທີ... ດິນສູງ ວິວງາມບອກເລີຍວ່າສຸດໆ ຈົນແມ່ຄ້າເອງຍັງອົດໃຈບໍ່ໃຫວ ຕ້ອງຈັດໃວ້ເອງເລີຍ✅
🎁ຊື້ຂອງຂັວນໃຫ້ຕົວເອງ ເຖິງມັນຊິບໍ່ໄດ້ຫລາຍຄືຄົນອື່ນ ແຕ່ມັນກະຄືຊັບສົມບັດຊີ້ນແລກທີ່ຫາດ້ວຍນ້ຳພັກນ້ຳແຮງຂອງຕົວເອງ✅
🙏ຂອບໃຈຕົວເອງທີ່ບໍ່ເຄີຍທໍ້ຖອຍຕໍ່ອຸປະສັກທຸກຢ່າງທີ່ເຂົ້າມາໃນຊີວິດ😊 ຂອບໃຈທຸກຄຳດູຖູກຕ່າງໆນາໆທີ່ເປັນແຮງພັກດັນໃຫ້ເຮົາຮູ້ວ່າເຮົາຕົ້ນທືນຫນ້ອຍ ເຮົາແຄ່ຕ້ອງອົດທົນໃຫ້ຫລາຍກວ່າຄົນອື່ນ....🚩
📌ເຮົາເລືອກເກີດບໍ່ໄດ້ ແຕ່ເຮົາສາມາກເລືອກກຳນົດຊີວິດເຮົາເອງໄດ້ວ່າຢາກເປັນແບບໃດ.....
ເຮົາອາດຈະເກີດມາໃນຄອບຄົວທີ່ບໍ່ໄດ້ສົມບູນແບບ ກໍາຕາມ ແຕ່ເຮົາສາມາດສ້າງຊີວິດຂອງເຮົາໃຫ້ມັນສົມບູນແບບຕາມຄວາມຝັນຂອງເຮົາໄດ້...ພຽງແຕ່ຢ່າມີຂໍ້ອ້າງ....❗️