26/05/2026
ປັກຜັງດີນຈັດສັນ
🚧 ບໍ່ແມ່ນແຄ່ວັດແທກ ແຕ່ພວກເຮົາ "ອອກແບບ" ໃຫ້ພ້ອມສ້າງ. 🚧ພາບລີວິວຜົນງານການລົງສະນາມ ແລະ ປະມວນຜົນຂໍ້ມູນຄົບວົງຈອນ ໂດຍທີມງານ CSV SURVEY ຢູ່ໂຄງການ . ພວກເຮົານຳໃຊ້ເຕັກໂນໂລຊີທີ່ທັນສະໄໝ (GPS RTK) ເພື່ອຮັບປະກັນຄວາມຊັດເຈນ Cm-level ຕັ້ງແຕ່ຂັ້ນຕອນທຳອິດ ຈົນເຖິງຂັ້ນຕອນການອອກແບບເບື້ອງຕົ້ນ.
🌟 ບໍລິການຂອງພວກເຮົາໃນໂຄງການນີ້:
ສຳຫຼວດເກັບຂໍ້ມູນພື້ນທີ່ຈິງ (Topographic Survey): ຕັ້ງແຕ່ສະພາບເດີມທີ່ເປັນປ່າຫຍ້າ ຈົນເຖິງພື້ນທີ່ບຸກເບີກປັບໜ້າດິນ , ພ້ອມຝັງມຸດອ້າງອີງ (Benchmark) ທີ່ໝັ້ນຄົງຊັດເຈນ
ປະມວນຜົນຂໍ້ມູນ & ສ້າງແຜນທີ່ (Mapping):
ສ້າງແຜນທີ່ຄອນທົວ (Contour Map) ສະແດງສະພາບຊັ້ນດິນ
ສ້າງແຜນທີ່ລະດັບຄວາມສູງ (Elevation Banding 2D) ເພື່ອວິເຄາະພື້ນທີ່
ວາງແຜນຜັງຈັດສັນ (Zoning & Parcels): ແບ່ງໂຊນ A, B, C ແລະ ລັອກດິນຊັດເຈນ
ອອກແບບຖະໜົນເບື້ອງຕົ້ນ (Road Design): ອອກແບບໂປຣໄຟລ໌ຖະໜົນ (Vertical Profile) ຄິດໄລ່ລະດັບຄວາມຊັນ ໃຫ້ເໝາະສົມກັບພື້ນທີ່ຈິງ
✅ ຂໍ້ມູນຖືກຕ້ອງ ຊັດເຈນ ວາງແຜນງານໄດ້ງ່າຍ ປະຢັດງົບປະມານ.
ສົນໃຈບໍລິການສຳຫຼວດ-ອອກແບບ ຕິດຕໍ່ຫາພວກເຮົາໄດ້ທີ່:
📞 ໂທ: 56282345
📍 ທີມສຳຫຼວດ CSV SURVEY
#ຮັບເໝົາສຳຫຼວດ #ວັດແທກທີ່ດິນ #ອອກແບບຖະໜົນ