Touy Card Game

Touy Card Game ເຮັດໃນສີ່ງທີ່ມັກ ແລ້ວຜົນຮັບຈະຕາມມາເອງ
ແອັດມິນ 02056297398

12/08/2026

ຈຸ່ມແບ່ງປັນ ໂລະກາດ ຄັ້ງໃຫຍ່ທີ່ສຸດ ເສົາທິດນີ້📌📌📌
ຈຸ່ມ449฿ ລຸ້ນຮັບລາງວັນໃຫຍ່ 18,000฿🔥🔥
ມີກາດຫລາຍປະເພດ one piece Pokémon Naruto football Mobile Legends

‼️ເບີ່ງກາດໄດ້ໃຕ້ຄອມເມັ້ນ‼️

12/08/2026
🏆 ຈັດອັນດັບ “ກາດແຂ່ງ” ONE PIECE CARD GAMEຖ້າໃຜກຳລັງສະສົມກາດແຂ່ງ ສິ່ງທີ່ຕ້ອງຮູ້ກ່ອນຄື ກາດແຂ່ງບໍ່ໄດ້ມີຄວາມ Rare ເທົ່າກັນທັ...
12/08/2026

🏆 ຈັດອັນດັບ “ກາດແຂ່ງ” ONE PIECE CARD GAME

ຖ້າໃຜກຳລັງສະສົມກາດແຂ່ງ ສິ່ງທີ່ຕ້ອງຮູ້ກ່ອນຄື ກາດແຂ່ງບໍ່ໄດ້ມີຄວາມ Rare ເທົ່າກັນທັງໝົດ.

🔥 ຈາກຫາຍາກຫຼາຍ → ຫາຍາກນ້ອຍ

🥇 SSS — World Championship / Serial Prize
ລາງວັນລະດັບສູງສຸດ ຈຳນວນຈຳກັດຫຼາຍ
💰 ມູນຄ່າສູງຫຼາຍ

🥈 SS — Championship / Finals Winner
ລາງວັນ Champion ແລະ Finals
🏆 ຫາຍາກຫຼາຍ ແລະ Collector ຕາມຫາ

🥉 S — Regional / Treasure Cup / Championship Event
ລາງວັນຈາກ Event ລະດັບໃຫຍ່
🔥 ມູນຄ່າດີ ແລະຫາຍາກ

⭐ A — Store Tournament Winner
ເຊັ່ນ TNMT PACK VOL.X – WINNER
→ ເປັນລາງວັນສຳລັບຜູ້ຊະນະ Store Tournament
→ Vol. ເກົ່າໆ ບາງໃບມີມູນຄ່າສູງ

⭐ B — Tournament Participation
→ ໄດ້ຈາກການເຂົ້າແຂ່ງ
→ ບາງໃບບໍ່ມີ Stamp
→ ມູນຄ່າຕ່ຳກວ່າ Winner ໂດຍທົ່ວໄປ

📌 ແລ້ວກາປ້ຳລະ?

❌ ຢ່າຄິດວ່າ “ມີກາປ້ຳ = ແພງສະເໝີ”

ໃຫ້ເບິ່ງ:

1. ກາປ້ຳຫຍັງ?
WINNER / CHAMPIONSHIP / ANNIVERSARY / ອື່ນໆ

2. ມາຈາກ Event ໃດ?
Store Tournament / Regional / Treasure Cup / Championship / World Championship

3. ເປັນລາງວັນສຳລັບໃຜ?
Participation / Top Cut / Winner / Champion

4. ອອກຈຳນວນຫຼາຍປານໃດ?

5. ຕົວລະຄອນເປັນໃຜ?
Luffy, Nami, Zoro, Ace ແລະຕົວລະຄອນຍອດນິຍົມ ມັກມີ Collector Demand ສູງ.

6. ສະພາບກາດເປັນແນວໃດ?
Raw / NM / PSA 10 ລາຄາຕ່າງກັນຫຼາຍ.

💡 ຕົວຢ່າງ 2 ໃບທີ່ເຮົາເບິ່ງ:

🟢 Nami P-102 WINNER
→ Store Tournament Winner
→ ມີ WINNER Stamp
→ ຫາຍາກກວ່າ Version ບໍ່ປ້ຳ

🟣 Kaido ST04-003 CHAMPIONSHIP 2024
→ Championship Prize
→ ມີ CHAMPIONSHIP Stamp
→ ລະດັບ Event ສູງກວ່າ Store Tournament

🔥 ດັ່ງນັ້ນ “ໃບແຂ່ງ” ບໍ່ຄວນເບິ່ງພຽງຮູບກາດ.

ໃຫ້ເບິ່ງ:

EVENT → PRIZE LEVEL → STAMP → CARD VERSION → SUPPLY → CHARACTER → CONDITION

🏆 ຈື່ງ່າຍໆ

World Championship / Serial
⬇️
Championship / Finals
⬇️
Regional / Treasure Cup
⬇️
Store Tournament Winner
⬇️
Tournament Participation

⚠️ ແຕ່ນີ້ແມ່ນ “ລຳດັບລະດັບລາງວັນ” ບໍ່ແມ່ນລາຄາຕາຍຕົວ. ບາງ Store Winner ອາດແພງກວ່າ Championship Card ໄດ້ ຖ້າຕົວລະຄອນນິຍົມ, ຈຳນວນນ້ອຍ ຫຼືຕະຫຼາດຕ້ອງການສູງ.

ສະຫຼຸບ:
👉 ຢາກຮູ້ວ່າໃບໃດ “ແພງ” ຢ່າເບິ່ງແຕ່ກາປ້ຳ.
👉 ຕ້ອງຮູ້ວ່າ ມັນໄດ້ມາຈາກ Event ໃດ ແລະເປັນ Prize ລະດັບໃດ.

ໃບນີ້ full art ຕ້ອງສວຍແນ່ນອນ 🥰
11/08/2026

ໃບນີ້ full art ຕ້ອງສວຍແນ່ນອນ 🥰

ຊຸດສະສົມຖັດໄປ ໃບແຂ່ງ Winner - Championship 🔥Pop ຫລັກ100++ ຫາຍາກ ທີ່ສຳຄັນງາມ ມີອານາຄົດໄກ ໃຜສະສົມໃບໃດແດ່ ແຊຄວາມຄິດເຫັນ​ແລກ...
10/08/2026

ຊຸດສະສົມຖັດໄປ ໃບແຂ່ງ Winner - Championship 🔥
Pop ຫລັກ100++ ຫາຍາກ ທີ່ສຳຄັນງາມ ມີອານາຄົດໄກ
ໃຜສະສົມໃບໃດແດ່ ແຊຄວາມຄິດເຫັນ​ແລກປ່ຽນກັນໄດ້

Touy Card Game ເພືອນແທ້ນັກສະສົມ

ແຊມຸມມອງສ່ວນໂຕໃນການລົງທຶນ ຈາກປະສົບການລົງທຶນມາຫລາຍຢ່າງ ຊື້ດິນ ຫຸ້ນ ເທຮດເກງກຳໄລ ຊື້Bitcoin ລວມເຖີງການຊື້ Silverເງິນ ຄຳ ມາເ...
08/08/2026

ແຊມຸມມອງສ່ວນໂຕໃນການລົງທຶນ ຈາກປະສົບການລົງທຶນມາຫລາຍຢ່າງ ຊື້ດິນ ຫຸ້ນ ເທຮດເກງກຳໄລ ຊື້Bitcoin
ລວມເຖີງການຊື້ Silverເງິນ ຄຳ ມາເກັບໄວ້ເພື່ອຫວັງກຳໄລ

ຄິດວ່າການສະສົມກາດຫລືການເກງກຳໄລໃນກາດ
ບໍໄດ້ມີຄວາມແຕກຕ່າງກັນຫລາຍໃນດ້ານກົນລະຍຸດ

ລອງມາວິເຄາະນຳກັນໃນ4ຫມວດຫມູ່ຕໍ່ໄປນີ້

1. ການເປີດ Box ຫລາຍຄົນຄິດວ່າຄືການສ່ຽງດວງເພື່ອຫວັງກຳໄລໃນການລຸ້ນຫາ hit ໃຫຍ່ ແຕ່ໃນຄວາມເປັນຈິງ ມັນບໍໄດ້ເປັນແບບນັ້ນສະເຫມິໄປ ຖ້າເບີ່ງຈາກໂອກາດຈະໄດ້ກຳໄລ
ມີຫນ້ອຍຫລາຍ ແລະ ໂອກາດຂາດທືນມີຫລາຍກ່ວາ

ສ່ວນໂຕເບີ່ງເອົາມັນ ດົນໆເປີດມ່ວນໆເທົ່ານັ້ນ

ຄຳ​ແນະນຳຄືໃຫ້ເປີດເລດຄາຕັນເທົ່ານັ້ນ ແລະ ເລືອກຄຳນວນເບີ່ງຈາກເລດທີ່ມີໃນຄາຕັນຖ້າຄິດວ່າຄຸ້ມຄ່າຈື່ງລົງສະຫນາມ
ເຊັ່ນ SP ມີພຽງໃບດຽວ ໂອກາດໄດ້1ໃນ12
( ຂໍ້ນີ້ຍົກເວັ້ນສະເພາະຄົນດວງດີແທ້ໆເປີດອາດມີແຕ່ກຳໄລ )

2. ການຫລິ້ນຈຸ່ມ ຂໍ້ນີ້ບໍໄດ້ຕ່າງຫຍັງຫລາຍກັບຂໍ້ທີ່1

ເພາະມັນກະຄືການສ່ຽງດວງ ອີກປະເພດ1 ເຊີ່ງຄົນໄດ້ກຳໄລຈະມີຫນ້ອຍ ແຕ່ຄົນຂາດທຶນຈະມີຫລາຍ ສະນັ້ນໃນຫົວຂໍ້ນີ້ສີ່ງທີ່ຕ້ອງສັງເກດເບີ່ງຄື hit rate ໂອກາດທີ່ຈະໄດ້ກຳໄລ

ວິທີການເບີ່ງຄືເອົາຈຳນວນຈຸ່ມມາຄຳນວນສະເລ່ຍກັບ hit ທີ່ມີກຳໄລ ເຊັ່ນ 100ຈຸ່ມ 20hit ໂອກາດໄດ້ກຳໄລ20% ຫລື1ໃນ5
ຄຳ​ແນະນຳໃຫ້ຫລິ້ນ​ສະເພາະຈຸ່ມທີ່ມີໂອກາດໄດ້ກຳໄລ1ໃນ10ລົງມາເທົ່ານັ້ນ ຖືວ່າຍັງພໍລຸ້ນແລະສ່ຽງໄດ້ຢູ່

ອີກຢ່າງທີ່ນ່າສົນໃຈ ຄວນເບີ່ງຕົ້ນທຶນຕໍ່ຈຸ່ມກັບລາງວັນທີ່ຈະໄດ້ວ່າມັນກຳໄລຈັກເທົ່າຕໍ່ຈຸ່ມ ສຸດທ້າຍຕ້ອງຄຳນວນວ່າຫລິ້ນຈັກຈຸ່ມຈື່ງຈະມີໂອກາດໄດ້ ແລະຖ້າບໍໄດ້ລາງວັນໃຫຍ່ໄດ້ລາງວັນຮອງຄຸ້ມຄ່າຫລືມີກຳໄລຫລືບໍ ຂື້ນກັບເຮົາວາງແຜນ

3. ການຊື້ກາດເອົາເລີຍ ມັກໃບໃດໄປຊອກຊື້ເອົາໃບນັ້ນ
ຂໍ້ນີ້ຖືວ່າດີກ່ອນ ຂໍ້ທີ່1ກັບ2 ຂື້ນມາຫນ້ອຍ1
ເພາະຄວາມສ່ຽງຫນ້ອຍລົງຫລາຍ

ຄຳ​ແນະນຳໃນຂໍ້ນີ້ ຄວນເລືອກກາດບໍມີຕຳນິ ຈະດີທີ່ສຸດ
ເພາະເວລາຂາຍລາຄາຈະບໍຕົກຫລາຍ ແລະ ຖ້າຖືໄວ້ດົນໆມີໂອກາດຈະເຈິຊ່ວງກາດຂື້ນເພື່ອເກງກຳໄລ

ແລະດີທີ່ສຸດໃນຂໍ້ນີ້ຄືການສົ່ງເກຮດ ໂອກາດກຳໄລຈະສູງຫລາຍ ຖ້າບໍມີຄວາມຮູ້ແນະນຳສົ່ງໄປພຮີເກຮດໃຫ້ຄົນມີຄວາມຮູ້ເຊັກສະພາບກາດກ່ອນສົ່ງ

4. ຊື້ກາດທີ່ເກຮດມາແລ້ວ ຂໍ້ນີ້ສ່ວນໂຕຄິດວ່າເປັນຂໍ້ທີ່ດີທີ່ສຸດ
ເພາະບໍໄດ້ແບກຮັບຄວາມສ່ຽງຫຍັງ ມີແຕ່ລະວັງບໍໃຫ້ຖືກໂກງກະພໍແລ້ວໃນຂໍ້ນີ້ ຄວນຊົນມື ຫລື ເລືອກທີ່ໄວ້ໃຈມີເຄດິດ

ຄຳ​ແນະນຳໃຫ້ຂໍ້ນີ້ ຄວນຊື້ກາດທີ່ pop ຫນ້ອຍເພາະຈຳນວນກາດທີ່ມີນ້ອຍຈະເຮັດໃຫ້ຄົນຍາດກັນຊື້ຂາຍໃນຂອງທີ່ມີຈຳກັດ ແລະເລືອກຊື້ກາດທີ່ຄົນນິຍົມ ຫລື ຕົວລະຄອນຫລັກ

ຖ້າຈະໃຫ້ດີທີ່ສຸດຄວນຊື້ເປັນ PSA10 BGS10 TAG10
BGS Black label ຖືວ່າເປັນທີ່ສຸດໃນວົງການ ແຕ່ລາຄາແຮງ
ຕາມທີ່ສຶກສາມາແມ່ນ3ຄ້າຍນີ້ໂອເຄທີ່ສຸດ

‼️ໃຜມີຄວາມຮູ້ເພີ່ມເຕີມກະແຊກັນໄດ້ ເພາະນີ້ຄືມຸມມອງສ່ວນໂຕເທົ່ານັ້ນ ໃຜຈະເລືອກເຮັດແບບໃດບໍມີຜິດມີຖືກ‼️

ສະຫລຸບ 1-2ແມ່ນສ່ຽງຫລາຍ ສ່ວນ3-4ສ່ຽງຫນ້ອຍ
ສະນັ້ນຄວນສຶກສາໃຫ້ດີກ່ອນການລົງທືນ

ດ້ວຍຄວາມຫວັງດີຈາກ Touy Card Game 🎴 ♥️

ລວມເຊັດຂອງສະສົມ Luffy ລ້ວນ ໃບສວຍໆ ໃຜສະສົມໃບໃດມາອວດກັນຊົມແດ່Touy Card Game
07/08/2026

ລວມເຊັດຂອງສະສົມ Luffy ລ້ວນ ໃບສວຍໆ
ໃຜສະສົມໃບໃດມາອວດກັນຊົມແດ່

Touy Card Game

ປະມູນຢູ່ເດີ້😍 ລິ້ງໃຕ້ຄັອມເມັ້ນ
06/08/2026

ປະມູນຢູ່ເດີ້😍 ລິ້ງໃຕ້ຄັອມເມັ້ນ

ຊຸດສະສົມໃບປະກາດຈັບ ຍັງຂາດ3ໃບ ກຳລັງມາເຕີມ ແລ້ວຊຸດສະສົມຂອງພວກເຈົ້າເດ ມາອວດກັນເບີ່ງແດ່Touy Card Game
06/08/2026

ຊຸດສະສົມໃບປະກາດຈັບ ຍັງຂາດ3ໃບ ກຳລັງມາເຕີມ
ແລ້ວຊຸດສະສົມຂອງພວກເຈົ້າເດ ມາອວດກັນເບີ່ງແດ່

Touy Card Game

05/08/2026

ເປີດຊ່ອງ Round1 ລຸ້ນ Luffy

Address

Vientaine
Vientiane
0100

Website

Alerts

Be the first to know and let us send you an email when Touy Card Game posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category