29/12/2025
ເຄຊີ ສໂຕເນີ (Casey Stoner) ອະດີດແຊ້ມໂລກຜູ້ເປັນຕຳນານ ໄດ້ອອກມາເປີດໃຈຜ່ານສາລະຄະດີຂອງ Moto.it ເພື່ອຍ້ອນຮອຍເຖິງປະໂຫຍກທີ່ໂດ່ງດັງໃນປະຫວັດສາດ
“ຄວາມທະເຍີທະຍານຂອງເຈົ້າ ສູງເກີນກວ່າພອນສະຫວັນທີ່ມີ”
ທີ່ເຂົາເຄີຍເວົ້າໃສ່ ວາເລນຕິໂນ ຣອສຊີ (Valentino Rossi) ຫຼັງເກີດເຫດປະທະກັນທີ່ສະໜາມ ເຆເຣສ (Jerez) ໃນປີ 2011
ສໂຕເນີໃນວັຍທີ່ສຸກຸມຫຼາຍຂຶ້ນ ໄດ້ອະທິບາຍວ່າ ຄຳເວົ້ານັ້ນບໍ່ໄດ້ຖືກຕຽມມາກ່ອນ ແຕ່ເປັນປະຕິກິລິຍາທີ່ເກີດຈາກຄວາມຮູ້ສຶກວ່າຕົນເອງບໍ່ໄດ້ຮັບຄວາມເຄົາລົບ
ເນື່ອງຈາກໃນຕອນທີ່ຣອສຊີເຂົ້າມາຂໍໂທດ ຍັງສວມໝວກກັນນັອກ ແລະ ຖຸງມືຢູ່
ຊຶ່ງສໂຕເນີມອງວ່າ ຖ້າຣອສຊີມີຄວາມຕັ້ງໃຈຈະຂໍໂທດຢ່າງແທ້ຈິງ ຄວນມາເວົ້າກັນແບບສ່ວນຕົວ ບໍ່ແມ່ນເຮັດຕໍ່ໜ້າກ້ອງ ແລະ ສື່ມວນຊົນ
ປະເດັນທີ່ເລິກກວ່າເຫດການໃນສະໜາມ ແມ່ນຄວາມຮູ້ສຶກຂອງສໂຕເນີຕໍ່ທີມງານ Ducati
ເຂົາຍອມຮັບວ່າຮູ້ສຶກເຈັບປວດແທນວິສະວະກອນ ແລະ ຊ່າງກົນຈັກ ໃນຊ່ວງທີ່ຣອສຊີຍ້າຍໄປຂີ່ໃຫ້ຄ່າຍອິຕາລີ ແຕ່ຜົນງານບໍ່ເປັນໄປຕາມເປົ້າໝາຍ
ຈົນນຳໄປສູ່ການວິພາກວິຈານທີມງານຢ່າງຮຸນແຮງ
ສໂຕເນີປົກປ້ອງວ່າ ທີມງານ Ducati ເປັນເໝືອນຄອບຄົວຂອງເຂົາ
ແລະພວກເຂົາຕໍ່ສູ້ດ້ວຍງົບປະມານທີ່ຈຳກັດ ແຕ່ຍັງສາມາດລຸ້ນແຊ້ມໄດ້ທຸກປີ
ດັ່ງນັ້ນ ການທີ່ຄົນພາຍນອກ ຫຼື ທີມງານຂອງຣອສຊີໃນເວລານັ້ນ ມາໂຈມຕີຄວາມສາມາດຂອງທີມ Ducati ຈຶ່ງເປັນສິ່ງທີ່ເຂົາຍອມຮັບບໍ່ໄດ້
ແນວໃດກໍຕາມ ເມື່ອເວລາຜ່ານໄປ
ສໂຕເນີເຊື່ອວ່າ ຫຼັງຈາກຣອສຊີໄດ້ສຳຜັດຄວາມຍາກລຳບາກໃນການຂີ່ Ducati ຕະຫຼອດ 2 ປີ ແລະ ເຫັນເຂົາແຂວນໝວກກັນນັອກໄປ
ຣອສຊີນ່າຈະເລີ່ມເຂົ້າໃຈ ແລະ ເຄົາລົບໃນສິ່ງທີ່ສໂຕເນີເຄີຍເຮັດໄວ້ກັບ Ducati ຫຼາຍຂຶ້ນ
ໃນປັດຈຸບັນ ສໂຕເນີມອງຍ້ອນກັບໄປດ້ວຍມຸມມອງທີ່ປ່ຽນໄປຕາມວັຍ
ໂດຍເຂົາກ່າວທິ້ງທ້າຍວ່າ ຮູ້ສຶກຍິນດີກັບຄວາມສຳເລັດ ແລະ ຄອບຄົວທີ່ຣອສຊີມີໃນປັດຈຸບັນ
ເຊິ່ງຖືວ່າເປັນການປິດສາກຄວາມຂັດແຍ້ງໃນອະດີດ ດ້ວຍຄວາມເຂົ້າໃຈທີ່ເຕີບໃຫຍ່ຂຶ້ນຕາມເວລາ