04/11/2022
ລັດວິສາຫະກິດລົດເມ ໄດ້ໃຫ້ບໍລິການຂີ່ລົດເມຟຣີ ໃນໄລຍະຂອງ ບຸນນະມັດສະການພຣະທາດຫລວງວຽງຈັນ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກກໍຄືການນໍານະຄອນຫຼວງວຽງຈັນ ເພື່ອຊ່ວຍຫຼຸດຜ່ອນ ການແອອັດຕາມທ້ອງຖະຫນົນ ອໍານວຍຄວາມສະດວກໃຫ້ພໍ່, ແມ່, ປະຊາຊົນ ເດີນທາງປະຢັດ ແລະ ປອດໄພ
📌ເລີ່ມໃຫ້ບໍລິການ ວັນທີ 4 - 8/11/2022 ເວລາ 18:00-23:30 ໂມງ ເປັນຕົ້ນໄປຂອງທຸກໆມື້ງານບຸນ ຈະມີໃຫ້ບໍລິການທັງຫມົດ 5 ສາຍທາງ ດ້ວຍລົດເມໄຟຟ້າ 45 ບ່ອນນັ່ງ ຈໍານວນ 10 ຄັນ ໃຫມ່ ແລະ ສະອາດ ແລ່ນລົດເມທຸກໆ 25-30 ນາທີ ສາຍທາງທີ່ແລ່ນຜ່ານດັ່ງນີ້:
📍ປະຕູໄຊ - ທາດຫຼວງ
📍ສວນເຈົ້າຟ້າງຸ່ມ - ທາດຫຼວງ
📍ບຶງທາດຫລວງ - ໄອເຕັກ - ທາດຫຼວງ - ຕະຫຼາດຫົວຂົວ
📍ດົງໂດກ - ຫໍປະຊຸມ - ທາດຫຼວງ
📍ດອນຫນູນ - ຫໍປະຊຸມ - ທາດຫລວງ
ຂໍເຊີນຊວນມວນຊົນທຸກທ່ານຫັນມາໃຊ້ບໍລິການ ລົດເມສາທາລະນະນໍາກັນຟຣີ!!✨ ເຫັນລົດເມຜ່ານເອີ້ນເລີຍ
ທີ່ມາ: Vientiane City 2 Bus Service