13/12/2021
ໂຊກຊາຕາວາດສະຫນາ, ບຸນ, ຫລື ເວົ້າຢູ່າງໜຶ່ງກໍ່ຄືໂຊກລາບ, ຄຸນງາມຄວາມດີຄົນເຮົາສາມາດສ້າງໄດ້ດ້ວຍໂຕຂອງເຮົາເອງ, ເຊີ່ງທຸກຄົນສາມາດເລີ່ມໄດ້ຈາກທີ່ໂຕຂອງຂອງໂຕເອງກ່ອນ, ພຽງແຕ່ເຮົາສາມາດເລີ່ມໄດ້ຈາກການທຳ 3 ຢ່າງນີ້ທຸກວັນຄື: ຄິດດີ, ເວົ້າດີ ແລະ ເຮັດດີ.
1). ຄິດດີ: ຄົນເຮົາເລີ່ມຈາກແນວຄິດຖ້າຄິດດີແລ້ວສິທີ່ຕາມມາກໍ່ຄືການກະທຳ ຫຼື ການປະພຶດຈະອອກມາດີ, ມີແຕ່ສິ່ງດີໆເຂົ້າມາເພາະຄວາມຄິດຄືພະລັງແລກໃນການດຶງດູດສິງຕ່າງໆເຂົ້າມາໃນຊີວິດ. ສະນັ້ນ, ຈົ່ງຄິດດີທັງກັບຕົນເອງ, ຄົນໃນຄອບຄົວ, ຜົວ-ເມຍ, ລູກຫລານ, ພໍ່ແມ່, ເພື່ອນສະນິດ, ມິດສະຫາຍ, ຍາດຕີພີ່ນ້ອງ, ຄົນອ້ອມຂ້າງ, ສັງຄົມເປັນຕົ້ນ, ທີ່ສຳຄັນກໍ່ຄືຕົນເອງ ແລະ ຄົນໃນຄອບຄົວແມ່ນລອງຄິດດີກັບພວກນີ້ກ່ອນເພາະທ່ານໃຊ້ຊີວິດກັບຄົນເຫຼົານີ້ທຸກມື້ທຸກວັນ, ຕື່ນນອນມາແລ້ວເຫັນກັນແລ້ວ...ລອງສັງເກດຕົນເງລອງເບີ່ງວ່າມື້ໃດຕື່ນມາແລ້ວຄິດແຕ່ສິ່ງດີໆປາສະຈາກມົນທິນອັກຄະຕິມົວຫມອງ, ມື້ນັ້ນຈິດໃຈຈະເສົ້າຫມອງເຮັດວຽກເຮັດງານ, ຈະເຮັດຫຍັງກໍ່ຕາມຈະມີອຸປະສັກໄປຫມົດ, ບາງຄົນຕື່ນມາກໍ່ເລີ່ມຄິດຢາກປ້ອຍຢາກດ່າລູກດ່າຜົວ ຫລື ເລີ່ມຄິດໂມໂຫໂກດແຄ້ນໃຫ້ຄົນອື່ນໂດຍລວມກໍ່ຄືຄິດບໍ່ດີເຊື່ອໂລດວ່າ ຄວາມໂຊກຮ້າຍຈະຕາມມາເນື່ອງຈາກຄິດບໍ່ດີ.
2). ເວົ້າດີ: ທຳມະຊາດຂອງຄົນເຮົາເມື່ອເລີ່ມຄິດດີໄດ້ແລ້ວມັນຈະສື່ສານອອກມາທາງປາກຄື ຄຳເວົ້າທີ່ດີຄືຄຳສຸພາສິດເພີ່ນວ່າ "ປາກດີມີສີແກ່ຕົວ ປາກຊົ່ວພາຕົວໝົ່ນໝອງ", ຫຼື ອີກຄຳສຸພາສິດໜຶ່ງ"ພາສາບອກຊາດ ມາລະຍາດບອກຕະກູນ". ສະນັ້ນ, ລອງເລີ່ມຈາກການເວົ້າດີກັນຕົນເອງ ແລະ ຄົນຄອບຄົວໃຫ້ໄດ້ກ່ອນ, ບາງຄົນເວົ້າດີກັບຄົນອື່ນຮ້ອຍແປດປະການ, ບາດເວົ້າກັບລູກເຕົ້າ, ຜົວເມຍປານຟ້າຜ່າກໍ່ບໍ່ປານ...ບາງຄົນເວົ້າເອົາດີເຂົ້າໂຕເປັນໆ, ເວົ້າໃສ່ຮ້າຍປ້າຍສີຄົນອື່ນຮ້ອຍແປດປະການ...ເຂົາເອີ້ນວ່າ ຂົ່ມເພີ່ນຍໍໂຕ ຫຼື ເຂົ້າກະທໍຍໍໂຕເອງ, ອັນນີ້ກໍ່ບໍ່ດີ...
3). ເຮັດດີ: ທຳມະຊາດຂອງສະຫມອງ ແລະ ຈິດໃຕ້ສຳນຶກຂອງຄົນເມື່ອມີຄວາມຄິດດີ, ຄຳເວົ້າດີ ມັນຈະສົ່ງຜົນຕໍ່ການປະພຶກປະຕິບັດ ແລະ ກິລິຍາມາລະຍາດຂອງຄົນ(ເວົ້າອີກຢ່າງໜຶ່ງຄືການກະທຳ ກຳພືດ) ຈະເຮັດແຕ່ສິ່ງດີໆ. ເລີ່ມງ່າຍໆເຮັດດີກັບຕົນເອງຄອບຄົວຜົວເມຍສາກ່ອນ, ເຮັດທຸກຢ່າງທີ່ເປັນກຳດີ....
ເມື່ອສາມາດເຮັດຄົບທັງສາມຢ່າງຄື: ຄິດດີ, ເວົ້າດີ ແລະ ທຳດີ, ຊີວິດຈະເລີນຮຸ່ງເຮືອງແນ່ນອນ ບໍ່ຖ້າໄປບະໄປບົນ, ໄປໄຫວ້ສິ່ງສັກສິດທັງຫລາຍທັງປວງ ຊີວິດຫາກດີຂຶ້ນເອງ, ໂຊກລາບຈະມາເອງໂດຍບໍ່ຮູ້ໂຕ, ທີ່ສຳຄັນຄືຄວາມຕໍ່ເນື່ອງຢ່າໃຫ້ຂາດແມ່ນແຕ່ມື້ດຽວ. ກົງກັນຂ້າມຖ້າເຮັດບໍ່ໄດ້ໃນສາມສິ່ງທີ່ກ່າວມາບໍ່ຈຳເປັນຕ້ອງໄປກາບໄຫວ້ບູຊາພະພຸດທະຮູບ ຫຼື ສິ່ງສັກສິດທັງຫຼາຍທວງປວງດອກ ຫຼື ບໍ່ຈຳເປັນຕ້ອງໄປເຮັດບຸນ 1000 ກອງກໍ່ບໍ່ທໍ່ເຮັດສາມສິ່ງນີ້ກັບຄົນໃນຄອບຄົວ