19/05/2026
📢 TPS New Energy ປະກາດຮັບສະໝັກພະນັກງານໃໝ່
ພວກເຮົາກຳລັງເປີດຮັບສະໝັກຜູ້ຮ່ວມງານໃໝ່ ເພື່ອຮ່ວມເຕີບໂຕໄປກັບທີມງານ TPS New Energy
ຕຳແໜ່ງທີ່ເປີດຮັບ:
1. ພະນັກງານບັນຊີ 02 ຕຳແໜ່ງ
- ຈົບການສຶກສາຊັ້ນສູງ ຫຼື ສູງກວ່າ
- ມີຄວາມລະອຽດຮອບຄອບ ແລະ ຮັບຜິດຊອບຕໍ່ໜ້າວຽກ
2. ພະນັກງານການຕະຫຼາດ 01 ຕຳແໜ່ງ
- ສາມາດສ້າງຄອນເທັນກ່ຽວກັບການຂາຍໄດ້
- ຕອບແຊັດ ແລະ ໃຫ້ຄຳແນະນຳແກ່ລູກຄ້າ
- ມີທັກສະໃນການສື່ສານ ແລະ ຮັກການບໍລິການ
3. ພະນັກງານໄຟຟ້າ 02 ຕຳແໜ່ງ (ເພດຊາຍ)
- ຈົບສາຂາວິສະວະກຳໄຟຟ້າ ຫຼື ມີຄວາມຮູ້ດ້ານລະບົບໄຟຟ້າ
- ສາມາດກວດກາ, ສ້ອມແປງ ແລະ ບຳລຸງຮັກສາລະບົບໄຟຟ້າໄດ້
- ສາມາດຈັດເຮັດລາຍງານວຽກງານດ້ານໄຟຟ້າໄດ້
ໝາຍເຫດ:
- ຜູ້ທີ່ສາມາດສື່ສານພາສາຈີນໄດ້ ຈະໄດ້ຮັບການພິຈາລະນາເປັນພິເສດ
- ທຸກຕຳແໜ່ງມີໄລຍະຝຶກງານ 2 ເດືອນ
- ຫຼັງຜ່ານການຝຶກງານ ຈະມີການພິຈາລະນາຕາມຄວາມສາມາດ
📩 ຜູ້ສົນໃຈສາມາດສົ່ງ CV ຫຼື ຂໍ້ມູນສ່ວນຕົວມາທີ່:
WhatsApp: 020 22251688
ມາຮ່ວມເປັນສ່ວນໜຶ່ງກັບພວກເຮົາ 🌱⚡
#ຮັບສະໝັກງານ