Rley Car EV&Property ທີ່ປຶກສາຊື້-ຂາຍ-ເຊົ່າ ອະສັງຫາ&ລົດໄຟຟ້າ

Rley Car EV&Property ທີ່ປຶກສາຊື້-ຂາຍ-ເຊົ່າ ອະສັງຫາ&ລົດໄຟຟ້າ ໃຜກຳລັງມີບັນຫາໃນການຊື້ຂາຍເຊົ່າອະສ?

 # # # ລົດຈັກໄຟຟ້າ100% ລຸຍໄດ້ທົນທານໃຊ້ງານຍາວນານທຽບເທົ່າລົດຈັກແນ່ນອນສາກໄຟບ້ານທົ່ວໄປຄືໂທລະສັບເລີຍບໍ່ຕ້ອງສົນລາຄານ້ຳມັນແລະຕໍ...
10/10/2022

# # # ລົດຈັກໄຟຟ້າ100% ລຸຍໄດ້ທົນທານໃຊ້ງານຍາວນານທຽບເທົ່າລົດຈັກແນ່ນອນສາກໄຟບ້ານທົ່ວໄປຄືໂທລະສັບເລີຍບໍ່ຕ້ອງສົນລາຄານ້ຳມັນແລະຕໍ່ຄິວຮັກໂລກພ້ອມ # # #
ມີລົດພ້ອມສົ່ງແລະມາລອງຂັບກ່ອນໄດ້ ມີຊ່າງແລະອາໄຫຼ່ໃຫ້ບໍລິການຫຼັງການຂາຍໃຫ້ພ້ອມ

✔️ສາກໄຟຟ້າເຕັມໄປໄກໄດ້ສຸດເລີ່ມຕົ້ນ 80-100km
✔️ສາກໄຟບ້ານເລີ່ມຕົ້ນ 5-8 ຊົ່ວໂມງ
✔️ຄວາມໄວສູງສຸດເລີ່ມຕົ້ນ 60-90 km/h
✔️ລາຄາເລີ່ມຕົ້ນ 9.000.000-15.000.000 ກີບ
ແຕ່ລະລຸ້ນມີຫລາຍສີໃຫ້ເລືອກຕາມທ່ານມັກເລີຍ
✔️ຮັບປະກັນແບັດ 2 ປີ ມີບັນຫາປ່ຽນແບັດໃຫມ່ໃຫ້ເລີຍ
ພ້ອມບໍລິການຫລັງການຂາຍພ້ອມ
✔️ຈ່າຍສົດ-ຜ່ອນໄດ້ຈ່າຍກ່ອນ20% ເອົາຈ່າຍຄ່ານ້ຳມັນມາຜ່ອນກັບເຮົາໄດ້
✔️ຮັບນ້ຳຫລັກໄດ້ 300kg ລຸຍນໍ້າລຸຍຂຸມບ້ານເຮົາໄດ້ສະບາຍ ຊ່ວງລ່າງແຫນ້ນຫນາແບບລົດຈັກທົ່ວໄປ

ເຊື່ອຫມັ້ນຮ້ານເຮົາໄດ້ເພາະເຮົາມາຈາກໂຮງງານຈີນໂດຍຕົງເລືອກລຸ້ນເລືອກໂຮງງານດີສຸດມາໃຫ້ທ່ານແລ້ວ! ເພາະເຮົາຕິດຕໍ່ພົວພັນກະປະເທດຈີນມາ5 ປີແລ້ວ ເພາະເຮົາເຮັດ ໂຮງຮຽນພາສາຈີນ ແລະ ແລ່ນທຶນໄປຮຽນຕໍ່ປະເທດຈີນມາແລ້ວ 5 ປີ

ມັກລຸ້ນໃດສີໃດຕ້ອງການ ຄວາມໄວເທົ່າໃດ ? ໄປໄກສຸດໄດ້ເທົ່າໃດ? ສົນໃຈບອກເຮົາມາເລີຍ! ວ໋ອດແອັບ 02099215231

ປລ: ຮັບປະກັນຫລັງການຂາຍ ແລະ ຄວາມທົນທານທຽບເທົ່າລົດຈັກແນ່ນອນ
ປລ2: ລາຄາຖືກກວ່າລົດເວບ100 ບ້ານເຮົາອີກ ບໍ່ຕ້ອງໃສ່ນ້ຳມັກອີກ ສາກໄຟຟ້າກໍ່ຖືກກວ່າ 10 ເທົ່າຢູ່ແລ້ວ
ປລ3:ຮັບປະກັນແບັດ2ປີ ມີບັນຫາປ່ຽນໃຫມ່ໃຫ້ພ້ອມ
ປລ4: ສາຫລາດເລືອກທີ່ມີຄຸນນະພາບມາໃຫ້ທ່ານແນ່ນອນ ເພາະເຮົາພົວພັນແລ່ນທຶນໄປຈີນມີປະສົບການແລະ ຮຮພາສາຈີນພ້ອມ
ປ5ມີລົດພ້ອມສົ່ງມີອາໄຫຼ່ແລະຊ່າງບໍລິການຫລັງການຂາຍ

4 ຂໍ້ດີທີ່ຕ້ອງຮູ້! ກ່ອນໃຊ້ລົດໄຟຟ້າ?ຍຸກນີ້ປະຕິເສດບໍ່ໄດ້ວ່າ ລາຄານ້ຳມັນແພງຫລາຍ ຄ່າບຳລຸງຮັກສາຈັກນ້ຳມັນກໍ່ແພງຕາມກັນໄປອີກ ! ລົ...
07/09/2022

4 ຂໍ້ດີທີ່ຕ້ອງຮູ້! ກ່ອນໃຊ້ລົດໄຟຟ້າ?
ຍຸກນີ້ປະຕິເສດບໍ່ໄດ້ວ່າ ລາຄານ້ຳມັນແພງຫລາຍ ຄ່າບຳລຸງຮັກສາຈັກນ້ຳມັນກໍ່ແພງຕາມກັນໄປອີກ !

ລົດນ້ຳມັນເອງກໍ່ທຳລາຍສິ່ງແວດລ້ອມໃນໂລກໄປຫລາຍພ້ອມ ເພາະລົດນ້ຳມັນສ້າງມົນລະພິດໃຫ້ໂລກມາຫລາຍ!

ຍຸກນີ້ລົດໄຟຟ້າກຳລັງມາແຮງ ຍ້ອນຫຍັງ ? ມາອ່ານໄປນຳກັນເລີຍ !


1. ຄວາມງຽບ ແລະ ອັດຕາເລັ່ງທຽບເທົ່າລົດ super car

ເພາະລົດໄຟຟ້າແມ່ນຂັບເຂື່ອນໂດຍເອົາພະລັງງານຈາກແບັດເຕີລີ ໄປໃຫ້ມໍເຕີ ໃນການຂັບເຄື່ອນ ຕ່າງຈາກລົດນ້ຳມັນທີ່ໃຊ້ເຄື່ອງຈັກສັນດາບໃນການເຜົາໄຫມ້ເພື່ອເອົາພະລັງງານໄປຂັບເຄື່ອນ ຈຶ່ງເກີດໃຫ້ມີສຽງດັງ ແລະ ຄວັນປ່ອຍອອກມາຈາກການເຜົາໄຫມ້ . ດັ່ງນັ້ນລົດໄຟຟ້າຈຶ່ງງຽບກວ່າລົດນ້ຳມັນຫລາຍເທົ່າ! ອັດຕາເລັ່ງກໍ່ໄວກວ່າ ເພາະບໍ່ມີຂະບວນການໃສ່ເກີຍ ຈື່ງຕອບສະຫນອງອັດຕາເລັ່ງໄດ້ຢ່າງວ່ອງໄວຂອງຜູ້ຂັບ !

2. ປະຫຍັດຄ່າໃຊ້ຈ່າຍ ແລະ ຄ່າບຳລຸງຮັກສາ

ເພາະບໍ່ໄດ້ໃຊ້ນ້ຳມັນແລ້ວ ປ່ຽນມາໃຊ້ໄຟຟ້າຄ່າໃຊ້ຈ່າຍກໍຖືກລົງຫລາຍເທົ່າ ສາກເອງຢູ່ເຮືອນກໍ່ໄດ້ ອະນາຄົດບ່ອນສາກສາທາ ຫລື ຕາມສະຖານທີ່ຕ່າງໆ ກໍ່ຈະຫລາຍຂື້ນ ການສາກໄວ ກໍ່ຈະໄວຂື້ນຕາມໆກັນໄປ ສະຖານີສາກລົດ ຈະຫລາຍກວ່າປ້ຳນ້ຳມັນແນ່ນອນ ບໍ່ການສ້າງສະຖານີສາກລົດ ແມ່ນງ່າຍກວ່າ ປ້ຳນ້ຳມັນຫລາຍໆຢ່າງ

ເພາະຢູ່ໃສໃນຍຸກນີ້ກໍ່ມີໄຟຟ້າກັນຫມົດແລ້ວ! ມີແຕ່ເອົາຫົວສາກໄປຕໍ່ໃສ່ກັບໄຟຟ້າກໍ່ເປັນສະຖານີສາກໄດ້ຫມົດແລ້ວ! ແບບຢູ່ຕ່າງປະເທດ ບໍ່ວ່າຈະເປັນຕາມທາງ ໃນຫ້າງ ທີ່ສະທາ ຊຸມຊົນຕ່າງ ກໍ່ມີຫລາຍ! ທີ່ສຳຄັນຍຸກນີ້ສາມາດສາກໄວຢູ່ເຮືອນເຈົ້າຂອງເອງກໍ່ໄດ້ ຖ້າບໍ່ໄດ້ໄປໃສໄກ ຫລື ຈຳເປັນ ກໍ່ສາກເອງຢູ່ເຮືອນຄືໂທລະສັບກໍ່ໄດ້ແລ້ວ

ເພາະລົດໄຟຟ້າຍຸກນີ້ສາກບໍ່ເຖິງຊົ່ວໂມງກໍ່ສາມາດແລ່ນໄດ້ 300 ແລ້ວ (ອະນາຄົດແຮງຊິໄວກວ່ານີ້ໄປອີກ)

ຄ່າບຳລຸງຮັກສາກໍ່ປະຫຍັດກວ່າຫລາຍ ເພາະບໍ່ມີການປ່ຽນນ້ຳມັນເຄື່ອງ ອາໄຫລ່ລົດໄຟຟ້າແມ່ນນ້ອຍກວ່າລົດນ້ຳມັນຫລາຍເທົ່າ ການສ້ອມແປງ ບຳລຸງຮັກສາກໍ່ງ່າຍກວ່າປະຫຍັດກວ່າແນ່ນອນ!

3. ຊ່ວຍສະພາວະໂລກຮ້ອນເຫັນຜົນໄດ້ທັນທີ

ເນື່ອງຈາກລົດນ້ຳມັນມີການເຜົາໄຫມ້ ຈື່ງເກີດໃຫ້ອາຍຄວັນມົນລະຜິດ ສູ່ອາກາດ ຈຳນວນຫລວງຫລາຍໃນແຕ່ລະມື້ລະປີ ແຕ່ຖ້າທຸກຄົນຫັນມາໃຊ້ລົດໄຟຟ້າ ພະລັງງານບໍລິສຸດ ກໍ່ຊ່ວຍໂລກ ຊ່ວຍໃຫ້ອາກາດສະອາດທີ່ເຮົາຫາຍໃຈ ດີຂື້ນແນ່ນອນ!

4. ການອອກແບບທີ່ທັນສະໄຫມຫລູຫລາ ແລະ ຊ່ວຍໃຫ້ເຮົາສະດວກສະບາຍຂື້ນ

ລົດໄຟຟ້າຍຸກນີ້ການອອກແບບທີ່ໃສ່ໃຈລາຍລະອຽດ ຫລູຫລາທັນສະໄຫມ ສະດວກສະບາຍຂື້ນ ມີລະບົບການຊ່ວຍເຮົາຂັບຂີ່ອັດຕະໂນມັດມາໃຫ້ອີກ ບໍ່ວ່າຊິເປັນຂັບຂີ່ ຫລື ຊ່ວຍຈອດລົດ ອະນາຄົດລົດຊິບໍ່ເປັນພຽງ ພາຫະນະ ອີກຕໍ່ໄປ ! ແບບດ່ຽວກັນກັບໂທລະສັບໃນຍຸກນີ້ ທີ່ບໍ່ໄດ້ເປັນພຽງ ອຸປະກອນສື່ສານ ແຕ່ເປັນທຸກໆຢ່າງໃຫ້ຄົນເຮົາໃນຍຸກນີ້ໄປແລ້ວ!

ຖ້າຍ້ອນກັບໄປ 20 ປີກ່ອນ ຊົງຊິບໍ່ມີໃຜເຊື່ອວ່າ ໂທລະສັບ ຊິສຳຄັນກວ່າທີ່ສຸດຄືຍຸກນີ້?

ລົດໄຟຟ້າເຊັ່ນດ່ຽວກັນ ມາຕິດຕາມໄປນຳກັນ ວ່າເທັກໂນຢີ ແລະ ກະແສໂລກ ວ່າລົດໄຟຟ້າຊິພັດທະນາໄປຮອດຈຸດໃດ? ແຕ່ທີ່ແນ່ນອນວ່າ ລົດໄຟຟ້າມາແນ່ນອນ ໃນອະນາຄົດອັນໃກ້ນີ້!

ຝາກຕິດຕາມຂໍ້ມູນຂ່າວສານດີໆ ມີປະໂຫຍດ ແບບນີ້ທາງເພສເຮົາໄວ້
ໃຜສົນໃຈຢາກຊື້ຂາຍລົດ ແລະ ເຮືອນ ຍິນດີໃຫ້ຄຳປຶກສາຟຣີ
ຕິດຕໍ່ 02059477667

ຕິດຕາມຂໍ້ມູນເພສໃຫມ່ເຮົາເດີ
07/09/2022

ຕິດຕາມຂໍ້ມູນເພສໃຫມ່ເຮົາເດີ

 # 3 ປະເພດການສາກຂອງລົດໄຟຟ້າ ຫລາຍຄົນຍັງບໍ່ເຂົ້າໃຈວ່າການສາກໄຟຟ້າຂອງລົດໄຟຟ້າແມ່ນມັນເປັນແນວໃດ?ແບບລົດນ້ຳມັນທີ່ຕ້ອງໄປສາກໃນປໍ້າ...
07/09/2022

# 3 ປະເພດການສາກຂອງລົດໄຟຟ້າ
ຫລາຍຄົນຍັງບໍ່ເຂົ້າໃຈວ່າການສາກໄຟຟ້າຂອງລົດໄຟຟ້າແມ່ນມັນເປັນແນວໃດ?
ແບບລົດນ້ຳມັນທີ່ຕ້ອງໄປສາກໃນປໍ້າຢ່າງດ່ຽວບໍ່?
ເວົ້າໃຫ້ເຂົ້າໃຈງ່າຍໆມັນກະຄືເຮົາສາກໂທລະສັບເຮົານັ້ນລະ!
ແຕ່ມັນແຕກຕ່າງກັນຫນ່ອຍຫນຶ່ງ?
ປະເພດທີ 1​ ສາກໄວກະແສໄຟຟ້າກະແສຕົງ ໃຊ້ເວລາສາກ 0 ຫາ 80 % ພຽງ 40ນາທີ
ການສາກປະເພດນີ້ແມ່ນສາກໃນຕາມປໍ້າຫລືສະຖານນີທີ່ເຂົາຕິດຕັ້ງໄວ້ຕາມສະຖານທີ່ຕ່າງໆ ຄ່າສາກກໍ່ຈະແພງກວ່າປະເພດອື່ນ!

ປະເພດທີ 2 Wall Box ເປັນເຄື່ອງສາກທີ່ທາງແບຣນລົດມາຕິດຕັ້ງຫົວສາກໃຫ້ຢູ່ເຮືອນເຮົາເອງ ເປັນການສາກກະແສໄຟຟ້າສະລັບ ໃຊ້ເວລາການສາກ 0 ຫາ 80% ແມ່ນ 6ຫາ8 ຊົ່ວໂມງ ຖ້າເຮົາບໍ່ໄດ້ເດີນທາງໄກ ແລະ ຟ້າວເດີນທາງ ກໍ່ບໍ່ຈຳເປັນຕ້ອງໄປຕໍ່ຄິວເຂົ້າປໍ້າເພື່ອສາກໄຟຟ້າ

ປະເພດທີ 3 ສາກຕໍ່ກັບປັກສຽບບ້ານທົ່ວໄປ ການສາກປະເພດນີ້ໃຊ້ເວລາດົນ ແຕ່ກໍ່ເປັນການສາກແບບຈຳເປັນເທົ່ານັ້ນ
ປະເພດການສາກລົດໄຟຟ້າກໍ່ມີເທົ່ານັ້ນ ຖືວ່າສະດວກສະບາຍກວ່າລົດນ້ຳມັນຫລາຍ ເພາະຖ້າເຮົາບໍ່ຈຳເປັນເດີນທາງໄກກໍ່ບໍ່ຈຳເປັນຕ້ອງເຂົ້າປ້ຳເລີຍ ເພາະຢູ່ໃສຕອນນີ້ກໍ່ມີໄຟຟ້ຫມົດແລ້ວ ແລ້ວໄຟຟ້າເຮົາກໍ່ສາມາດຜະລິດເອງໄດ້ ບໍ່ທຳລາຍທຳມະຊາດອີກ ເພາະເປັນພະລັງງານທີ່ສະອາດ
ຝາກຕິດຕາມຂໍ້ມູນຂ່າວສານກ່ຽວກັບເລື່ອງລົດແລະເຮືອນ
ສາມາດປຶກສາສອບຖາມກ່ຽວກັບຊື້-ຂາຍ ລົດ ແລະ ເຮືອນ ຟຣີ

ຫລາຍຄົນເຂົ້າໃຈຜິດກ່ຽວກັບແບັດລົດໄຟຟ້າວ່າໃຊ້ບໍ່ເຖິງ​3ປີກໍ່ເສື່ອມແທ້ບໍ່?ບໍ່ແປກທີ່ຄົນບ້ານເຣົາຄິດແນວນັ້ນ ເພາະອາດຄິດວ່າແບັດລົດ...
07/09/2022

ຫລາຍຄົນເຂົ້າໃຈຜິດກ່ຽວກັບແບັດລົດໄຟຟ້າວ່າໃຊ້ບໍ່ເຖິງ​3ປີກໍ່ເສື່ອມແທ້ບໍ່?
ບໍ່ແປກທີ່ຄົນບ້ານເຣົາຄິດແນວນັ້ນ ເພາະອາດຄິດວ່າແບັດລົດໄຟຟ້າກໍ່ຄືກັນກັບແບັດໂທລະສັບນັ້ນລະ ເສື່ອມໄວ ລະເບີດໄດ້ .... ແມ່ນແທ້ແບບນັ້ນໃນ 10 ປີກ່ອນໃນຍຸກທີ່ເທັກໂນຢີແບັດເຕີລີ ບໍ່ທັນກ້າວຫນ້າ ມັນກໍ່ບໍ່ທົນທານປານໃດນັ້ນລະ!
ແຕ່ມາເບິ່ງແບັດໂທລະສັບໃນຍຸກນີ້ ທົນທານ ປອດໄພບໍ່? ນັ້ນລະ!
ແບັດເຕີລີໃນ ລົດໄຟໄຟ້າ ຍິ່ງພັດທະນາໄປໄກແລ້ວ ຜ່ານການທົດສອບ ຄວາມປອດໄພມາແລ້ວກ່ອນຈະມາຜະລິດອີກເທື່ອ ແຕ່ສຸດທ້າຍກໍ່ຂື້ນນຳຜູ້ໃຊ້ລົດນຳ ເພາະຖ້າເຄື່ອງຂອງດີປານໃດກໍ່ຕາມ ຖ້າເຮົາບໍ່ຮັກສາ ບໍ່ດູແລກໍ່ເພ້ ແລະ ເປັນອັນຕະລາຍທຸກຢ່າງນັ້ນລະ!
ທີ່ເວົ້າໄປແມ່ນຢູ່ຕ່າງປະເທດ ປະເທດທີ່ເຂົາໄດ້ນຳໃຂ້ໂຕຈິງຜ່ານກ່ານພິສູດມາແລ້ວ
ຕົວຢ່າງ: ຢູ່ອາເມຣິກາ ຜູ້ນຳໃຂ້ລົດ ເທສລາ ໄດ້ນຳໃຊ້ລົດໄປແລ້ວ 257500 Km ບອກວ່າແບັດເສື່ອມລົງພຽງ 10 % ເທົ່ານັ້ນ ຖຶວ່າເປັນໂຕເລກນ້ອຍແທ້!

ແບັດຂອງລົດໄຟຟ້າແມ່ນຖືກອອກແບບການສາກແບັດແມ່ນແຕກຕ່າງຈາກລົດໄຟຟ້າ
ໂດຍການສາກຂອງລົດໄຟຟ້າຈະສາກສະເພາະເຊວກ້ອນແບັດທີ່ຫມົດບັນຈຸໄຟຟ້າເທົ່ານັ້ນ
ແຖມຕົວກ້ອນແບັດເຕີລີຍັງມີຫລາຍໆພັນກ້ອນອີກ ກ່ອນມາມັດລວມກັນເປັນກ້ອນດ່ຽວຂອງແບັດລົດໄຟຟ້າ

ດ້ວຍຄວາທົນທານຂອງເທັກໂນຢີແບັດລົດໄຟຟ້າແບບນີ້ ຫລາຍຄ້າຍຜູ້ຜະລິດລົດຈຶ່ງກ້າຮັບປະກັນຫລັງການຂາຍປ່ຽນລົດຄັນໃຫມ່ໃຫ້ ຖ້າແບັດເສື່ອມ ຫລື ມີບັນຫາອື່ນໆ ໃນ 100​000 ກິໂລແມັດ ຫລື ແລ້ວແຕ່ລະຄ້າຍ!
ຝາກຕິດຕາມຂ່າວສານກ່ຽວກັບລົດໄຟຟ້ານຳກັນເດີ
ໃຜທີ່ສົນໃຈຢາກປຶກສາກ່ຽວກັບເລື່ອງຊື້-ຂາຍ ລົດແລະເຮືອນຟຣີ!

Address

Vientiane

Telephone

+8562059477667

Website

Alerts

Be the first to know and let us send you an email when Rley Car EV&Property ທີ່ປຶກສາຊື້-ຂາຍ-ເຊົ່າ ອະສັງຫາ&ລົດໄຟຟ້າ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category