Souphattra Serviced Apartments

Souphattra Serviced Apartments Souphattra Serviced Apartment Vientiane
Elegant & Luxurious
Contact: +856 21 318 111

✨ 𝑾𝒆𝒍𝒄𝒐𝒎𝒆 𝒕𝒐 𝒀𝒐𝒖𝒓 𝑯𝒐𝒎𝒆 𝑨𝒘𝒂𝒚 𝑭𝒓𝒐𝒎 𝑯𝒐𝒎𝒆. 🤍✨ຕ້ອນຮັບທ່ານດ້ວຍຄວາມອົບອຸ່ນ ແລະ ຄວາມພິຖີພິຖັນໃນທຸກລາຍລະອຽດ. ຢູ່ທີ່ Souphattra Se...
10/09/2026

✨ 𝑾𝒆𝒍𝒄𝒐𝒎𝒆 𝒕𝒐 𝒀𝒐𝒖𝒓 𝑯𝒐𝒎𝒆 𝑨𝒘𝒂𝒚 𝑭𝒓𝒐𝒎 𝑯𝒐𝒎𝒆. 🤍✨

ຕ້ອນຮັບທ່ານດ້ວຍຄວາມອົບອຸ່ນ ແລະ ຄວາມພິຖີພິຖັນໃນທຸກລາຍລະອຽດ. ຢູ່ທີ່ Souphattra Serviced Apartments, ເຮົາພ້ອມມອບປະສົບການການບໍລິການຂັ້ນປະທັບໃຈ ຜ່ານການຕົກແຕ່ງທີ່ປະສົມປະສານສິລະປະວັດທະນະທຳລາວ ແລະ ຄວາມທັນສະໄໝຢ່າງລົງໂຕ.
ຕັ້ງແຕ່ກ້າວທຳອິດທີ່ທ່ານເຂົ້າມາ ຈົນເຖິງທຸກມຸມຂອງການພັກຜ່ອນ, ເຮົາຕັ້ງໃຈດູແລ ເພື່ອໃຫ້ທ່ານຮູ້ສຶກສະບາຍ, ປອດໄພ, ແລະ ອົບອຸ່ນຄືຢູ່ເຮືອນຂອງທ່ານເອງ. ☀️

---------------------------------------------------

Warm hospitality begins with the finest details. At Souphattra Serviced Apartments, we redefine comfortable living by blending attentive personal service with timeless Lao heritage and modern design.
From our welcoming reception to the carefully curated artistic elements in every corner, experience a sanctuary designed to make you feel truly at home in the heart of Vientiane. ☀️
𝘍𝘰𝘳 𝘮𝘰𝘳𝘦 𝘪𝘯𝘧𝘰𝘳𝘮𝘢𝘵𝘪𝘰𝘯 & 𝘳𝘦𝘴𝘦𝘳𝘷𝘢𝘵𝘪𝘰𝘯𝘴:
: +85621 318 111 | +85620 299 29 598
🌐: www.souphattraapartments.com
📍: Thaphalanxay, Sisattanak district, Vientiane

✨ 𝗬𝗼𝘂𝗿 𝘀𝗮𝗻𝗰𝘁𝘂𝗮𝗿𝘆 𝗼𝗳 𝗰𝗮𝗹𝗺 𝗮𝘄𝗮𝗶𝘁𝘀✨ໃຫ້ເວລາຕົນເອງໄດ້ພັກຜ່ອນຢ່າງເຕັມທີ່. ເຊີນມາຮ່ວມສໍາຜັດປະສົບການການດູແລສຸຂະພາບແບບພິເສດ ທີ່ຈະ...
28/08/2026

✨ 𝗬𝗼𝘂𝗿 𝘀𝗮𝗻𝗰𝘁𝘂𝗮𝗿𝘆 𝗼𝗳 𝗰𝗮𝗹𝗺 𝗮𝘄𝗮𝗶𝘁𝘀✨

ໃຫ້ເວລາຕົນເອງໄດ້ພັກຜ່ອນຢ່າງເຕັມທີ່. ເຊີນມາຮ່ວມສໍາຜັດປະສົບການການດູແລສຸຂະພາບແບບພິເສດ ທີ່ຈະຊ່ວຍໃຫ້ທ່ານຮູ້ສຶກສົດຊື່ນ ແລະ ມີພະລັງຄືນໃໝ່ໄດ້ທີ່ Souphattra Serviced Apartments.

---------------------------------------------------

Give yourself the gift of complete rest. Step into a sanctuary designed to restore your energy, balance your senses, and revitalize your spirit.

𝘍𝘰𝘳 𝘮𝘰𝘳𝘦 𝘪𝘯𝘧𝘰𝘳𝘮𝘢𝘵𝘪𝘰𝘯 & 𝘳𝘦𝘴𝘦𝘳𝘷𝘢𝘵𝘪𝘰𝘯𝘴:
📞: +85621 318 111 | +85620 299 29 598
🌐: www.souphattraapartments.com
📍: Thaphalanxay, Sisattanak district, Vientiane

🛁 ✨ 𝒀𝒐𝒖𝒓 𝑷𝒓𝒊𝒗𝒂𝒕𝒆 𝑺𝒑𝒂 𝑺𝒂𝒏𝒄𝒕𝒖𝒂𝒓𝒚 🤍🌿ເພາະພວກເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ "ການອາບນ້ຳ" ຄືໜຶ່ງໃນຊ່ວງເວລາການພັກຜ່ອນທີ່ສຳຄັນ...
14/08/2026

🛁 ✨ 𝒀𝒐𝒖𝒓 𝑷𝒓𝒊𝒗𝒂𝒕𝒆 𝑺𝒑𝒂 𝑺𝒂𝒏𝒄𝒕𝒖𝒂𝒓𝒚 🤍🌿

ເພາະພວກເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ "ການອາບນ້ຳ" ຄືໜຶ່ງໃນຊ່ວງເວລາການພັກຜ່ອນທີ່ສຳຄັນທີ່ສຸດ. ທີ່ Souphattra Serviced Apartments Vientiane, ພວກເຮົາມີອ່າງອາບນ້ຳແບບສ່ວນຕົວໃນທຸກໆຫ້ອງ ພ້ອມໃຫ້ທ່ານໄດ້ແຊ່ນ້ຳອຸ່ນຜ່ອນຄາຍຄວາມເມື່ອຍລ້າ ท່າມກາງຫ້ອງນ້ຳດີໄຊ໌ຫີນອ່ອນສີຂາວອັນສະອາດຕາ ແລະ ສະຫງ່າງາມ. 🤍✨

---------------------------------------------------

Because we understand that bath time is a vital ritual of true relaxation. At Souphattra Serviced Apartments Vientiane, every single room comes complete with a private bathtub designed for ultimate tranquility, encased in bright and elegant white marble. 🤍✨

#ຫ້ອງນ້ຳຫຼູຫຼາ #ຫ້ອງພັກວຽງຈັນ

ໃນວັນທີ  11 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຕ່າງໜ້າກຸ່ມບໍລິສັດ ລາວເດີມ ເເລະ ສຸພັດຕາ, ນຳໂດຍ ທ່ານ ອະດຸນເຂດ ພົ...
12/08/2026

ໃນວັນທີ 11 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຕ່າງໜ້າກຸ່ມບໍລິສັດ ລາວເດີມ ເເລະ ສຸພັດຕາ, ນຳໂດຍ ທ່ານ ອະດຸນເຂດ ພົມມະລາດ, ຜູ້ຈັດການທົ່ວໄປ ຂອງ ກຸ່ມບໍລິສັດ ລາວເດີມ ເເລະ ສຸພັດຕຣາ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ.

ໃນວາລະທີ່ແສນໂສກເສົ້ານີ້, ຄະນະຜູ້ບໍລິຫານ ແລະ ພະນັກງານ ຂໍແບ່ງປັນຄວາມທຸກໂສກ ມາຍັງ ຄະນະພັກ, ລັດຖະບານ, ການນຳທຸກຂັ້ນ ພ້ອມດ້ວຍຄອບຄົວ ແລະ ຍາດຕິພີ່ນ້ອງ ຂອງ ທ່ານ ໄຊສົມພອນ ພົມວິຫານ ມາໃນໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານຂອງທ່ານ ໄປສູ່ສຸຂະຕິ ດ້ວຍຄວາມອາໄລຮັກ ເເລະ ເຄົາລົບເປັນຢ່າງສູງ

--------------------------

On August 11, 2026, at the National Convention Hall in Vientiane Capital, representatives of the Lao Derm and Souphattra Group of Companies, led by Mr. Adounketh Phommalath, General Manager of the Lao Derm and Souphattra Group of Companies, together with the delegation, laid wreaths and paid their respects to the late Dr. Xaysomphone Phomvihane, Member of the Political Bureau of the Party Central Committee and President of the National Assembly.

On this occasion of profound sorrow, the management and staff wish to extend our deepest condolences to the Party Central Committee, the Government, leaders at all levels, and the family and relatives of Mr. Xaysomphone Phomvihane.

May his soul rest in eternal peace, with our deepest love, remembrance, and highest respect.

ພວກເຮົາ Souphattra Serviced Apartments ຂໍຮ່ວມສົ່ງສານໄວ້ອາໄລ ແລະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພ...
11/08/2026

ພວກເຮົາ Souphattra Serviced Apartments ຂໍຮ່ວມສົ່ງສານໄວ້ອາໄລ ແລະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ຄຸນງາມຄວາມດີ, ຄວາມສະຫຼາດສ່ອງໃສ ແລະ ການເສຍສະຫຼະອັນສູງສົ່ງຂອງພະນະທ່ານ ເພື່ອປະເທດຊາດ ຈະຢູ່ໃນຄວາມຊົງຈຳ ແລະ ດວງໃຈຂອງພວກຂ້າພະເຈົ້າຕະຫຼອດໄປ. ພວກເຮົາຂໍແບ່ງເບົາຄວາມທຸກໂສກກັບ ພັກ-ລັດຖະບານ, ປະຊາຊົນລາວທັງຊາດ ແລະ ຄອບຄົວ ພົມວິຫານ.
ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ ຈາກຄະນະຜູ້ບໍລິຫານ ແລະ ທີມງານທຸກພາກສ່ວນ.

𝗕𝗲 𝗮 𝗣𝗮𝗿𝘁 𝗼𝗳 𝗘𝘅𝗰𝗲𝗹𝗹𝗲𝗻𝗰𝗲, 𝗝𝗼𝗶𝗻 𝗦𝗼𝘂𝗽𝗵𝗮𝘁𝘁𝗿𝗮 𝗙𝗮𝗺𝗶𝗹𝘆 ✨ໂອກາດດີມາເຖິງແລ້ວ! Souphattra Serviced Apartments Vientiane ເປີດຮັບສະໝັ...
10/08/2026

𝗕𝗲 𝗮 𝗣𝗮𝗿𝘁 𝗼𝗳 𝗘𝘅𝗰𝗲𝗹𝗹𝗲𝗻𝗰𝗲, 𝗝𝗼𝗶𝗻 𝗦𝗼𝘂𝗽𝗵𝗮𝘁𝘁𝗿𝗮 𝗙𝗮𝗺𝗶𝗹𝘆 ✨

ໂອກາດດີມາເຖິງແລ້ວ! Souphattra Serviced Apartments Vientiane ເປີດຮັບສະໝັກພະນັກງານຮ່ວມທີມ.
ພວກເຮົາໃຫ້ບໍລິການອະພາດເມັ້ນພຣີມ່ຽມ ສຳລັບແຂກທີ່ຢາກໄດ້ຄວາມສະດວກສະບາຍ, ຄວາມເປັນສ່ວນຕົວ ແລະ ບັນຍາກາດອັນອົບອຸ່ນຄືຢູ່ເຮືອນ ຢູ່ໃຈກາງນະຄອນຫຼວງວຽງຈັນ.
ຖ້າທ່ານມີໃຈຮັກໃນງານບໍລິການ ແລະ ຢາກສ້າງປະສົບການໃໝ່ໆ ພ້ອມເຕີບໃຫຍ່ໄປກັບທີມງານມືອາຊີບ, ນີ້ແມ່ນໂອກາດຂອງທ່ານແລ້ວ! ມາຮ່ວມເປັນສ່ວນໜຶ່ງຂອງຄອບຄົວສຸພັດຕຣານຳກັນເດີ້.

---------------------------------------------------

Souphattra Serviced Apartments Vientiane offers premium accommodation for guests seeking long-term comfort, convenience, and privacy in the heart of Vientiane.
If you’re passionate about hospitality and ready to build new experiences in a supportive and professional environment, this is your opportunity! Come grow with us and be a part of the Souphattra family.
📋 Available Positions / ຕຳແໜ່ງທີ່ຮັບສະໝັກ:
* 🛠️ ພະນັກງານຊ່າງ / Engineer (1 Position)
* 🧺 ພະນັກງານຊັກລີດ / Laundry Attendant (1 Position)
* 👨‍🍳 ພະນັກງານຊ່ວຍຄົວ / Cook Helper (1 Position)
* 🚘 ພະນັກງານຂັບລົດ / Driver (1 Position)
📩 𝗦𝗲𝗻𝗱 𝘆𝗼𝘂𝗿 𝗖𝗩 𝗼𝗿 𝗥𝗲𝘀𝘂𝗺𝗲 | ສົ່ງ 𝗖𝗩 ຫຼື 𝗥𝗲𝘀𝘂𝗺𝗲 ມາໄດ້ທີ່:
* 📧 Email: [email protected]
* 📞 Phone / WhatsApp: +856 20 2926 7766

#ຮັບສະໝັກພະນັກງານ #ຫາງານວຽງຈັນ #ສະໝັກງານວຽງຈັນ

📺 🛋️ 𝑨𝒍𝒍-𝑰𝒏-𝑶𝒏𝒆 𝑳𝒊𝒗𝒊𝒏𝒈: 𝑷𝒆𝒓𝒇𝒆𝒄𝒕𝒍𝒚 𝑫𝒆𝒔𝒊𝒈𝒏𝒆𝒅 𝒇𝒐𝒓 𝒀𝒐𝒖𝒓 𝑳𝒊𝒇𝒆𝒔𝒕𝒚𝒍𝒆! ✨ຕອບໂຈດທຸກການໃຊ້ຊີວິດໃນພື້ນທີ່ດຽວ ທີ່ Souphattra Serviced...
04/08/2026

📺 🛋️ 𝑨𝒍𝒍-𝑰𝒏-𝑶𝒏𝒆 𝑳𝒊𝒗𝒊𝒏𝒈: 𝑷𝒆𝒓𝒇𝒆𝒄𝒕𝒍𝒚 𝑫𝒆𝒔𝒊𝒈𝒏𝒆𝒅 𝒇𝒐𝒓 𝒀𝒐𝒖𝒓 𝑳𝒊𝒇𝒆𝒔𝒕𝒚𝒍𝒆! ✨

ຕອບໂຈດທຸກການໃຊ້ຊີວິດໃນພື້ນທີ່ດຽວ ທີ່ Souphattra Serviced Apartments. ພວກເຮົາມີຄວາມຕັ້ງໃຈໃນການອອກແບບພື້ນທີ່ຫ້ອງພັກໃຫ້ມີຄວາມເປັນສັດສ່ວນ, ໂປ່ງສະບາຍ ແລະ ສາມາດຮອງຮັບທຸກກິດຈະກຳຂອງທ່ານໄດ້ຢ່າງລົງຕົວ:
* ມຸມພັກຜ່ອນ & ເບິ່ງໜັງ: ໂຊຟານຸ່ມໆທີ່ພ້ອມໃຫ້ທ່ານໄດ້ເອນກາຍຜ່ອນຄາຍ ແລະ ເພີດເພີນໄປກັບໜັງເລື່ອງໂປດ.
* ມຸມກິນເຂົ້າ: ໂຕະຮັບປະທານອາຫານອັນອົບອຸ່ນ ຮັບແສງທຳມະຊາດງາມໆ ເຮັດໃຫ້ທຸກຄາບອາຫານມີຄວາມສຸກກວ່າເກົ່າ.
* ໂຕະເຮັດວຽກສ່ວນຕົວ: ມຸມເຮັດວຽກທີ່ງຽບສະຫງົບ ແລະ ມີສະມາທິ ເໝາະສຳລັບການຈັດການວຽກງານໄດ້ຢ່າງເຕັມປະສິດທິພາບ.
ບໍ່ວ່າຈະເປັນການເຮັດວຽກ, ການກິນເຂົ້າ, ຫຼື ການພັກຜ່ອນຢ່ອນໃຈກັບຄອບຄົວ, ຢູ່ທີ່ນີ້ຄືບ່ອນທີ່ຕອບໂຈດຄວາມສະດວກສະບາຍຄືກັບຢູ່ເຮືອນຂອງທ່ານເອງ. 🤎✨

---------------------------------------------------

Experience the perfect balance of functionality and comfort in our thoughtfully designed living spaces at Souphattra Serviced Apartments. We’ve seamlessy blended lifestyle zones into one open, harmonious layout to cater to your every need:
* Cozy Lounge Area: A spacious sofa area perfect for winding down and enjoying your favorite movie nights.
* Bright Dining Corner: A dedicated space filled with beautiful natural light to enjoy your home-cooked meals.
* Private Work Desk: A quiet, productive workstation designed to help you focus and stay inspired.
Whether you are focusing on work, sharing a delicious meal, or relaxing with loved ones, this is the ultimate sanctuary that truly feels like home. 🤎✨

#ມຸມພັກຜ່ອນ #ໂຕະເຮັດວຽກ #ຫ້ອງພັກວຽງຈັນ

28/07/2026
🌹 𝐇𝐚𝐩𝐩𝐲 𝐋𝐚𝐨 𝐖𝐨𝐦𝐞𝐧’𝐬 𝐔𝐧𝐢𝐨𝐧 𝐃𝐚𝐲! ✨🌹 ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ! (20 ກໍລະກົດ 1955 - 20 ກໍລະກົດ 2026) ...
20/07/2026

🌹 𝐇𝐚𝐩𝐩𝐲 𝐋𝐚𝐨 𝐖𝐨𝐦𝐞𝐧’𝐬 𝐔𝐧𝐢𝐨𝐧 𝐃𝐚𝐲! ✨

🌹 ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ! (20 ກໍລະກົດ 1955 - 20 ກໍລະກົດ 2026) ✨

ເນື່ອງໃນໂອກາດວັນແມ່ຍິງລາວ, ພວກ ເຮົາ ໃນນາມຄອບຄົວ Souphattra Serviced Apartments ຂໍຮ່ວມສະແດງຄວາມຍ້ອງຍໍຊົມເຊີຍ ຄຸນງາມຄວາມດີ, ຄວາມຮູ້ຄວາມສາມາດ, ແລະ ບົດບາດອັນສະຫງ່າງາມຂອງແມ່ຍິງລາວທຸກໆທ່ານ ທີ່ເປັນກຳລັງຂັບເຄື່ອນອັນສຳຄັນໃນການພັດທະນາຄອບຄົວ ແລະ ສັງຄົມສະເໝີມາ.
ຂໍອວຍພອນໃຫ້ແມ່ຍິງລາວທຸກທ່ານ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນ, ມີສຸຂະພາບພົນລະນາໄມທີ່ສົມບູນ, ມີຄວາມກ້າວໜ້າໃນໜ້າທີ່ວຽກງານ ແລະ ເປັນຮົ່ມໂພຮົ່ມໄຊອັນອົບອຸ່ນຂອງຄອບຄົວຕະຫຼອດໄປ! 💖💐

---------------------------------------------------

On this special occasion, all of us at Souphattra Serviced Apartments wish to honor and celebrate the incredible strength, grace, and achievements of Lao women everywhere. Thank you for your vital contributions, inspiring dedication, and the warmth you bring to our families and society.
Wishing all wonderful Lao women a day filled with joy, success, good health, and endless happiness! 💖💐

#ວັນສ້າງຕັ້ງສະຫະພັນແມ່ຍິງລາວ

Address

Thaphalanxay
Vientiane

Alerts

Be the first to know and let us send you an email when Souphattra Serviced Apartments posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Souphattra Serviced Apartments:

Shortcuts

Share