10/04/2021
ອະສັງຫາຣິມະຊັບຄືທີ່ດິນແລະສິ່ງປຸກສ້າງເຊັ່ນ:ອາຄານ,ບ້ານເຮືອນ,ສຳນັກງານ,ໂຮງງານອຸດສາຫະກຳ,ໄມ້ຢືນຕົ້ນ ລວມໄປເຖິງຊັບສິນອື່ນໆທີ່ຢູ່ຕິດກັບທີ່ດິນເຊິ່ງບໍ່ສາມາດເຄື່ອນຍ້າຍໄດ້. ນອກຈາກນີ້ຍັງເປັນຊັບຕາມທຳມະຊາດທີ່ປະກອບເປັນອັນດຽວກັບດິນເຊັ່ນ: ແມ່ນ້ຳ, ບຶງ, ຫນອງ, ແຮ່ທາດ, ຫີນ, ຊາຍ ທີ່ຢູ່ໃນອານາເຂດບໍລິເວນທີ່ດິນນັ້ນກໍຈັດວ່າເປັນອະສັງຫາລິມາຊັບອີກນຳ.
ລວມໄປເຖິງສິດທີ່ກ່ຽວກັບກຳມະສິດໃນທີ່ດິນເຊັ່ນ: ສິດທີ່ຄອບຄອງທີ່ດິນແລະສິດໃນການຢູ່ອາໄສຕົວຢ່າງວ່າ ການເຊົ່າຫລືສຳປະທານກໍຖືກຈັດໄວ້ໃນຫມວດອະສັງຫາລິມາຊັບເຊັ່ນກັນ. ເວົ້າໂດຍລວມແລ້ວອະສັງຫາກໍຫມາຍເຖິງຊັບທີ່ບໍ່ສາມາດເຄື່ອນຍ້າຍຫລືທຳລາຍໄດ້ ຫາກຈະເຮັດກໍມີຄວາມລຳບາກນັ້ນເອງ.
ປະເພດຂອງອະສັງຫາລິມາຊັບແບ່ງອອກມາເປັນ 5 ກູ່ມຫລັກເຊິ່ງປະກອບໄປດ້ວຍ
1. ອະສັງຫາຣິມາຊັບເພື່ອກະເສດເຊັ່ນ: ໄຮ່ນາ, ສວນ ຫລືທີ່ດິນຈັດສັນທີ່ເປັນພື້ນທີ່ກະສິກຳສະເພາະ.
2. ອະສັງຫາຣິມາຊັບເພື່ອການຢູ່ອາໄສເຊັ່ນ: ບ້ານ, ອາພາດເມັ້ນ, ຫ້ອງແຖວ ເປັນຕົ້ນ.
3. ອະສັງຫາຣິມາຊັບເພື່ອການພານິດເຊັ່ນ: ສຳນັກງານຫ້ອງການ, ຫ້າງຫລືຕະຫລາດ, ໂຮງແຮມ, ສູນປະຊຸມ, ສູນສະແດງສິນຄ້າແລະຈັດງານ.
4. ອະສັງຫາຣິມາຊັບເພື່ອອຸດສາຫະກຳເຊັ່ນ: ໂຮງງານຫລືສິ່ງປູກສ້າງອື່ນໆໃນພື່ນທີ່.
5. ອະສັງຫາຣິມາຊັບເພືອການຜັກຜ່ອນເຊັ່ນ: ຣີສອດ, ໂຮງແຮມ ເປັນຕົ້ນ
ມູນຄ່າຂອງອະສັງຫານັ້ນຂື້ນຢູ່ກັບທຳເລທີ່ຕັ້ງແລະສະພາບເສດຖະກິດໃນຂະນະນັ້ນ.
ຖ້າຫາກເສດຖະກິດຕົກຕ່ຳລາຄາຫະສັງຫາກໍຕົກລົງໄປນຳ ກໍຖືວ່າເປັນໂອກາດດີສຳລັບການຊື້ເກງກຳໄລຫລືຊື້ເພື່ອສະສົມນຳໄປຂາຍຕໍ່ພາຍຫລັງເມື່ອລາຄາສູງຂຶ້ນມາ ເຮົາຈຶ່ງເວົ້າໄດ້ວ່າໂຕແປສຳຄັນຂອງອະສັງຫາຣິມາຊັບນັ້ນຄືເສດຖະກິດ.
ລາຄາອະສັງຫາຣິມາຊັບນັ້ນໂດຍປົກກະຕິດຈະມີແຕ່ເພີ່ມຂື້ນບໍ່ຄ່ອຍມີຫລູດລົງຈຶ່ງເຫມາະແກ່ການຄອບຄອງໄລຍະຍາວ ເພາະໃນໄລຍະສັ້ນນັ້ນລາຄາອາດຈະແກວ່ງໄປຕາມສະພາບເສດຖະກິດ ລວມໄປເຖິງທຳເລທີ່ຕັ້ງແລະສະພາບແວດລ້ອມ ເວົ້າລວມແລ້້ວອາສັງຫາຈື່ງເຫມາະສົມກັບຄົນທີ່ມີທຶນຫນາພໍສົມຄວນ.
#ອະສັງຫາຣິມະຊັບ
#ພູນຊັບ